ວັນສຸກ ວັນທີ 03 ກຸມພາ ຄສ. 2012 ຂື້ນ 11 ຄໍ່າ ເດືອນ 3 ພສ. 2554 . ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນພາລະກິດຂອງພັກ, ເປັນຫນ້າທີ່ບຸລິມະສິດຂອງລັດ ແລະ ທົ່ວປວງຊົນ ! ຊົມເຊີຍການສະເຫລີມສະຫລອງນະຄອນຫລວງວຽງຈັນ ຄົບຮອບ 450 ປີ ທ່ີຍິ່ງໃຫຍ່ຢ່າງສຸດໃຈ ! ເຊີດຊູບົດບາດ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງພັກຢ່າງແຂງແຮງ ! ເສີມຂະຫຍາຍມູນເຊື້ອຮັກຊາດ,ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດເພື່ອແກ້ໄຂຄວາມທຸກຍາກ ແລະ ນຳເອົາປະເທດເຮົາ ໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ. ທຸກສີ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນ, ເພື່ອຄວາມຈະເລີນວັດທະນາ ຂອງປະເທດຊາດ. ຂຸດຄົ້ນກຳລັງແຮງພາຍໃນຢ່າງແຂງແຮງ ສົມທົບກັບການຍາດແຍ່ງເອົາກຳລັງແຮງຂອງຍຸກສະໄໝ, ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມໃນການເຊື່ອມໂຍງສາກົນ. ເຊີດຊູຄວາມມີສະຕິລະວັງຕົວ, ເດັດດ່ຽວປົກປັກຮັກສາປະເທດຊາດ ແລະ ລະບອບໃໝ່ໄວ້ຢ່າງໝັ້ນຄົງ. 1. ຕ້ອງບຸກທະລຸ ໃຫ້ໄດ້ທາງດ້ານຈິນ ຕະນາການ ໂດຍການ ປົດປ່ອຍ , ແກ້ໄຂ ທັດສະນະແນວຄິດແບບຄຳພີ , ຮັກສາເດີມ , ຂີ້ຄ້ານມັກງ່າຍ , ຊ້າຍຈັດຂວາໂພດ . 2. ຕ້ອງບຸກທະລຸຢ່າງແຂງແຮງດ້ານການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະດ້ານການກໍ່ສ້າງ ແລະ ບຳລຸງຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ ຂອງພະນັກງານ ໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາ . 3. ຕ້ອງບຸກທະລຸໃນດ້ານການແກ້ໄຂລະບອບລະບຽບການບໍລິຫານ ຄຸ້ມຄອງທີ່ຍັງ ກົດຫນ່ວງອັດຕັນການຂະຫຍາຍຕົວຂອງການຜະລິດທຸລະກິດ ແລະ ການບໍລິການໃຫ້ຕົກໄປ ຢ່າງຂາດຕົວ. 4. ຕ້ອງບຸກທະລຸໃນດ້ານການແກ້ ໄຂ ຄວາມທຸກຍາກຂອງປະຊາຊົນ ໂດຍການຂຸດຄົ້ນ ແຫລ່ງທຶນຕ່າງໆ ແລະ ໂດຍນະໂຍບາຍສົ່ງເສີມເປັນພິເສດ , ສ້າງພື້ນຖານໂຄງ ລ່າງທາງດ້ານ ເສດຖະກິດ-ສັງຄົມຢ່າງມີຈຸດສຸມ ເພື່ອເປັນກຳລັງແຮງ ຊຸກດັນໃຫ້ການພັດທະນາໃນ ຂົງເຂດ ອື່ນໆ ຢ່າງແຂງແຮງ.
ວັນທີ 2-4 ກຸມພາ 2012 ທີ່ສຳນັກງານ ຄະນະອົບຮົມສູນກາງພັກ ຈະຈັດກອງປະຊຸມປັບປຸງ-ຍົກສູງຄຸນນະພາບຂອງວຽກງານໂຄສະນາອົບຮົມສູນກາງພັກໃຫ້ແກ່ຄະນະໂຄສະນະອົບຮົມທົ່ວປະເທດ

ສນຊ ປະກອບຄຳເຫັນ ໃສ່ຮ່າງບົດລາຍງານ ກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໝທີ IX

*(ຂປລ): ກອງປະຊຸມປະກອບຄຳເຫັນ ຕໍ່ບົດລາຍງານກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໝທີ IX ຂອງກຳມະການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດຂຶ້ນແຕ່ວັນທີ 2-3 ກຸມພາ 2012 ຢູ່ທີ່ສູນກາງແນວ ລາວສ້າງຊາດ ພາຍໃຕ້ການເປັນປະທານ ຂອງທ່ານ ດຣ. ພັນດວງຈິດ ວົງສາ, ກຳມະການ ສູນກາງ ພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ, ກຳມະການສູນກາງແນວລາວສ້າງຊາດ

ປະ​ເທດພາກພື້ນ ຮ່ວມ​​ກັນພັດທະນາ ປັບປຸງຊີວິດການເປັນຢູ່ຂອງຊຸມຊົນ

*(ຂປລ): ລັດຖະບານ ສປປ ລາວ ​ຮ່ວມ​ກັບທະນາຄານ​ໂລກ ​ໄດ້​ຈັດການ​ສຳ​ມະ​ນາ​ພາກພື້ນ ກ່ຽວກັບ​ການ​ພັດທະນາ​ ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່ຂອງ ຊຸມຊົນ ໃນ ສປປ ລາວ ໂດຍມີຕົວ ແທນຈາກ 11 ປະເທດຄື: ບັງກະລາເດັສ, ອິນເດຍ, ສີລັງກາ, ກຳປູເຈຍ, ຫວຽດນາມ, ອິນໂດເນ ເຊຍ, ຟີລິບປິນ, ຕີມໍເລັສ ເຕ, ຈີນ, ມົງໂກລີ ແລະ ລາວ ເຂົ້າຮ່ວມ.

ປະທານ​ສະພາ ລົງ​ຢ້ຽມຢາມ​ອຳນາດ ​ການ​ປົກຄອງ​ ເຂດ​ຕັງ​ອາ​ໄລ-ລະ​ແບ​ງ

(ຂປລ): ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​​ໃຍ​ຄວາມສຸກ-ທຸກ ຂອງ​ການ​ນຳ ​ຂັ້ນ​ສູງ ທີ່​ມີ​ຕໍ່​ປະຊາຊົນ​ບັນດາ​ເຜົ່າ, ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 2 ກຸ​ມພາ 2012, ທ່ານ ນາງ​ ປານີ ຢາ​ທໍ​ຕູ້, ກຳມະການ​ກົມ​ການ ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ລົງ​ພົບ​ປະ​ໂອ້​ລົມ ​ແລະ​ ຢ້ຽມຢາມ​ອຳນາດ​ການ​ປົກຄອງ​

ປັບປຸງ-ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ໄລຍະໃໝ່

*(ຂປລ): ກອງປະຊຸມ ປັບປຸງ ແລະ ຍົກສູງຄຸນນະພາບວຽກງານ ໂຄສະນາອົບຮົມ ໄດ້ຈັດຂຶ້ນແຕ່ວັນທີ 2-3 ກຸມພາ 2012 ນີ້ ທີ່ຄະນະໂຄສະນາອົບຮົມ ສູນກາງພັກ ໂດຍພາຍໃຕ້ການເປັນ ປະທານຂອງ ທ່ານ ເຈືອງ ສົມບູນຂັນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,

ຍີ່​ປຸ່ນ ​ໃຫ້​ທຶນ​ຝຶກ​ອົບຮົມ​ວິຊາ​ຊີບ​ສຳລັບ​ແມ່ຍິງ-ຊາວ​ຫນຸ່ມ ຢູ່​ເມືອງ​ນາ​ຊາຍ​ທອງ
ມູນ​ຄ່າ ​121.497 ​ໂດ​ລາ​ສະຫະລັດ

(ຂປລ): ພິທີ​ເຊັນ​ສັນຍາ ​ໃຫ້​ທຶນ​ຊ່ວຍ​ເຫລືອ​ລ້າ ​ໃນ​ໂຄງການ​ຝຶກ​ອົບຮົມ​ວິຊາ​ຊີບ ​ເພື່ອ​ສ້າງ​ລາຍ​ ຮັບ​ໃຫ້​ແມ່ຍິງ ​ແລະ ຊາວ​ຫນຸ່ມ​ ໄລຍະ 2 ດ້ວຍ​ມູນ​ຄ່າ 121.497 ​ໂດ​ລາ​ສະຫະລັດ, ​ໄດ້​ຈັດ ​ຂຶ້ນ​ໃນວັນ​ທີ 31 ມັງກອນ ທີ່​ສະຖານທູດ​ຍີ່​ປຸ່ນ, ລະຫວ່າງ​ທ່ານ ນາງ ຈູ​ນ​ໂກະ ​ໂຢ​ໂກ​ຕະ (Junko Yokota), ​ເອກະ​ອັກຄະຣາຊະທູດ ຍີ່​ປຸ່ນ ປະຈຳ​ລາວ ​ແລະ ທ່ານ ນາງ ຊາ​ຈິ​ໂກະ ​ໂຕ​ມິ​ນາ​ໂກະ (Sachiko Tominago) ,

ສືບຕໍ່ໂຄງການປັບປຸງບູລະນະການປົກຄອງເພື່ອການບໍລິການທີ່ດີ

*(ຂປລ): ກະຊວງພາຍໃນ ໄດ້ຈັດກອງປະຊຸມ ສະຫລຸບໂຄງການ ປັບປຸງບູລະນະການປົກຄອງ ແລະ ການບໍລິການທີ່ດີ ແລະ ສືບ ຕໍ່ໂຄງການໃໝ່ພາຍ ໃຕ້ແຜນງານປັບປຸງການບູລະນະ ການປົກ ຄອງແຫ່ງຊາດ ໄລຍະໃໝ່ ໃນວັນທີ 3 ກຸມພາ 2012 ຢູ່ທີ່ກະຊວງ ພາຍໃນ ໂດຍການເປັນປະທານຂອງທ່ານ

ລະດົມຄວາມເຫັນຈາກພາກທຸລະກິດໃສ່ຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ

*(ຂປລ): ກົມ​ຄຸ້ມ​ຄອງ​ຊັບ​ສິນຂອງ​ລັດ, ກະຊວງ​ການ​ເງິນ ໄດ້ຈັດ ກອງ​ປະຊຸມ​ວິຊາ​ການ ​ເພື່ອ​ຄົ້ນຄວ້າ​ປະກອບ​ຄຳ​ຄິດ ຄຳເຫັນ​ໃສ່​ຮ່າງ​ ກົດໝາຍ​ວ່າ​ດ້ວຍ​ຊັບ ​ສິນ​ຂອງ​ລັດ ​ໃນ​ວັນ​ທີ 03 ກຸມພາ 2012 ນີ້ ທີ່​ສູນຮ່ວມມືສາກົນ ແລະ ການ ຝຶກອົບຮົມ (ICTC) ພາຍ​ໃຕ້​ການ​ ເປັນ​ປະທານ​ຂອງ ທ່ານນາງ​ ດຣ. ວຽງ​ທອງ ສີ​ພັນ​ດອນ,

ຊາວກະສິກອນ ນຳມັນຕົ້ນປ້ອນເຂ້ົາໂຮງງານຈຳນວນຫລວງຫລາຍ

(ຂປລ): ຕາມການລາຍງານຂອງທ່ານ ແສງມາລີ ແສງວັດທະນາ, ປະທານບໍລິສັດ ລາວ-ອິນໂດໄຊນາກຣຸບ ມະຫາຊົນ ຕໍ່ນັກຂ່າວ ຂປລ ໃນວັນທີ 2 ກຸມພາ 2012 ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຜ່ານມາ ມີຊາວກະສິກອນ ຜູ້ປູກ ມັນຕົ້ນທີ່ເປັນສະມາຊິກ ແລະ ບໍ່ແມ່ນສະມາຊິກ

ສະຖານທູດ ອາ​ເມ​ລິ​ກາ ສະໜັບສະໜູນ​ຄູ​ສອນ​ພາສາ​ອັງກິດ​ລາວ

(ຂປລ): ສະຖານທູດ ອາ​ເມ​ລິ​ກາ ສະໜັບສະໜູນ​ ​ມະຫາ​ວິທະຍາ​ ໄລ​ແຫ່ງ​ຊາດ​ລາວ ໄດ້ຈັດ​ກອງ​ປະຊຸ​ມປະ​ຈໍາ​ປິ​ຄັ້ງ​ທີ 9 ກ່ຽວກັບ​ຄູ ລາວທີ່ສອນ​ພາສາ​ອັງກິດ ​ເພື່ອ​ເວົ້າ​ພາສາ​ອື່ນ (TESOL) ​​​ແຕ່​ວັນ​ທີ 2-3 ​ກຸມພາ 2012 ນີ້ ທີ່​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ ໂດຍມີ​ ທ່ານ​ສາ​ສະ​ດາ​ຈານ​ ດຣ. ​ເພັດ​ສະໝ​ອນ ຄຸນ​ສະຫວັດ,

ສຳເລັດກອງປະຊຸມຄົບຄະນະບໍລິຫານງານ ຊາວໜຸ່ມ ນະຄອນຫລວງວຽງຈັນ

(ຂປລ): ກອງປະຊຸມຄົບຄະນະບໍລິຫານງານ ຊປປລ ນະຄອນ
ຫລວງວຽງຈັນ ຄັ້ງທີ 2 ສະໄໝທີ VI ທີ່ດຳ ເນີນມາແຕ່ວັນທີ 2
ກຸມພາ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທາມ ພຸດທະ
ວົງສາ, ເລຂາທິການສູນກາງ ຊປປລ, ເລຂາຄະນະບໍລິຫານ
ງານ ຊປປລ ນະຄອນຫລວງວຽງຈັນ

ເມືອງໜອງບົກ ບໍ່ບັນລຸຄາດໝາຍ​ເນື້ອທີ່ປູກເຂົ້ານາແຊງ ຍ້ອນຊົນລະປະທານບໍ່ພ້ອມ

(ຂປລ): ທ່ານ ຂັນຕີ ໂພທິນ ເຈົ້າເມືອງໜອງບົກ ກ່າວວ່າ: ​ໃນ​ລະດູ​​
ແລ້ງປີ​ນີ້, ຫ້ອງການກະສິກຳ-ປ່າໄມ້ ເມືອງໜອງບົກ ແຂວງຄຳ
ມວ່ນ ​ໄດ້ວາງແຜນຈະປູກເຂົ້ານາແຊງໃຫ້ໄດ້ 3.200 ເຮັກຕາ,
ແຕ່ມາຮອດປະຈຸບັນການກຽມດິນ, ການຕົກກ້າ ແລະ ປັກດຳ
ທົ່ວເມືອງ ໄດ້ພຽງ​ແຕ່ 60% ຂອງເນື້ອທີ່,

ແຂ່ງຂັນ​ກ໊ອຟ ຊິງ​ຂັນ​ນາຍົກລັດຖະມົນຕີ 

*(ຂປລ) ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການຄຳນັບ​ຮັບ​ຕ້ອນ​ ກອງ​ ປະຊຸມ​ໃຫຍ່ ຄັ້ງທີ II ຂອງ​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ ທີ່​ຈະ​ຈັດ​ຂຶ້ນ​ ໃນໝໍ່ໆນີ້ ພ້ອມ​ທັງ​ສ້າງ​ບັນຍາກາດ​ສົ່ງ​ທ້າຍ​ປີ​ເກົ່າ- ຕ້ອນຮັບ​ປີ​ໃໝ່ສາກົນ 2012, ຫ້ອງ​ວ່າການ​ລັດຖະບານ ຈຶ່ງ​ໄດ້​ຈັດ ການ​ແຂ່ງຂັນ​ກ໊ອຟ ຊິງ​ຂັນ​ນາຍົກລັດຖະມົນຕີ​

ກິລາ​ແລ່ນ ​- ລານ ​ແຂ່ງຂັນ ​ແລະ​ຊີງ​ຫລຽນ​​ 12 ລາຍການ

(ຂປລ): ສະຫະພັນ ​ແລ່ນ-ລານ ​ໃນ​ງານ​ມະຫາ​ກຳກິ​ລາ​ແຫ່ງ​ຊາດ ​​ຄັ້ງທີ IX ຫລື​ໄກ່​ຜູ້​ໂອກ​ເກ​ມ ​ໃນ​ວັນ​ທີ 18 ທັນວາ 2011 ທີ່ ສະ ໜາມກິລາ​​ແຂວງ ​ນາ​ຫລວງ ​ໄດ້​ລົງ​ແຂ່ງຂັນ ​ແລະ ຊີງ​ໄຊ 12 ລາຍ ການ ​​​​​​​​​​​​​​​​: ລາຍການ ​ເຕັ້ນ 3 ກ້າວ​ຍິງທີ1

ມື້​ສຸດ​ທ້າຍ​ຂອງ​ການ​ແຂ່ງຂັນ​ມະຫາ​ກຳ​ກິລາ ​ແຫ່ງ​ຊາດ​ຄັ້ງທີ IX​ ແຂ່ງຂັນ
12 ປະ​ເພດ​ກິລາ

(ຂປລ):ການ​ແຂ່ງຂັນມະຫາ​ກຳ ກິລາ​ແຫ່ງ​ຊາດ​ຄັ້ງທີ IX ​ ​ວັນ​ທີ 20 ທັນວາ 2011 ​ເປັນ​ມື້​ສຸດ​ທ້າຍ ​ຂອງ​ງານ ມີ​ການ​ແຂ່ງຂັນ 12 ປະ​ເພດ​ກິລາຊີງ​ໄຊ 30 ຫລຽນ​ຄຳ ກິລາ​ເຕະບານ ​ເປັນ​ກິລາ​ປະ​ ເພ​ດຍອດ​ນິຍົມ​ຂອງ​ມວນ​ຊົນ​ລາວ​ທັງ​ຊາດ, ​ໃນ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ ທີ IX ​ແຂວງ​ ຫລວງ​ພະ​ບາງ​ໄດ້​ຮັບ​ກຽດ ​ເປັນ​ເຈົ້າພາບ​ນັ້ນ ​ໃນ​ມື້​ຊີງ​ຊະ​ເລີດ ທີ​ມ​ເຈົ້າພາບ ​ແຂວງຫລວງ​ພະ​ບາງ ພົບ​ນະຄອນຫລວງ​ວຽງ​ຈັນ ຜົນ​ການ​ແຂ່ງຂັນ ປະກົດ​ວ່າ ຫລຽນ​ຄຳ

ກິລາບານ​ສົ່ງ​ໃນ​ຮົ່ມ ຍິງ-ຊາຍ ກະຊວງ​ປ້ອງ​ກັນ​ປະ​ເທດ ຮວບ 2 ຫລຽນ​ຄຳ

(ຂປລ):ການ​ແຂ່ງຂັນ​ບານ​ສົ່ງ​ໃນ​ຮົ່ມ ຍິງ-ຊາຍ ​ໃນ​ງານ​ມະຫາ​ກຳ ກິ ລາ​ແຫ່ງ​ຊາດ ຄັ້ງ​ທີ IX ຫລື ​ “ ​ໄກ່ຜູ້​ໂອກ​​ເກ​ມ ” ​ໄດ້​ມີ​ການ​ແຂ່ງຂັນ​ ຮອບ​ຄັດ​ເລືອກ ມາ​ແຕ່​ວັນ​ທີ 10 ທັນວາ 2011 , ​ໄດ້​ສຳ​ເລັດ​ລົງ​ແລ້ວ ​ໃນ​ວັນ​ທີ 20 ທັນວາ 2011, ຊຶ່ງ​ຜູ້​ເຂົ້າຮ່ວມ​ຮອບ​ຊິງ​ຊະນະ​ເລີດ​ ແມ່ນ​ ການ​ພົບ​ປະກັນລະ​ຫວ່າງ ກະຊວງ​ປ້ອງ​ກັນ​ປະ​ເທດ

                                 


 


 
 
 


counter stats



ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446
ເວັບໄຊ ໂທ: 212444, E-mail: kplweb@yahoo.com